ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ອມຊຶມຜົນສຳເລັດ
ກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ


     ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດ ກອງ ປະຊຸມຄົບຄະນະກາງສະໄໝ
ຂອງຄະນະບໍລິຫານງານສູນກາງພັກສະໄໝ ທີ XI ໃນວັນທີ 17 ຕຸລາ 2023, ໂດຍ ການເຜີຍແຜ່ຂອງ ສະຫາຍ ພົນໂທ ປອ ທອງລອຍ
ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະປະຈຳພັກ,
ຄະນະພັກກະຊວງ, ຄະນະພັກແຕ່ລະ ກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກົມ, ກອງ ເຂົ້າຮ່ວມ.

     ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ,
ຄະນະບັນຊາແຕ່ລະຂັ້ນມີຄວາມຮັບຮູ້-ເຂົ້າໃຈ, ກຳແໜ້ນ ແລະ ມີຄວາມເປັນເອກະພາບສູງ ໃນການນຳໄປຈັດຕັ້ງປະຕິບັດຕົວຈິງກ່ຽວກັບ
ເນື້ອໃນມະຕິຂອງສູນກາງພັກກຳນົດໄວ້. ບັນດາເອກະສານທີ່ນຳ ມາເຜີຍແຜ່ເຊື່ອມຊຶມປະກອບມີ: ມະຕິກອງປະຊຸມຄົບຄະນະກາງສະ
ໄໝຂອງ ຄະນະບໍລິຫານງານສູນກາງພັກສະໄໝ ທີ XI , ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI
ຂອງພັກ ໄລຍະຜ່ານມາ; ບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ
5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການທ້າຍສະໄໝຮອດ ປີ 2025;
ມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ
ດ້ານໃນການນຳພາຂອງພັກ, ແຜນດຳເນີນ ງານ ເພື່ອຜັນຂະຫຍາຍມະຕິວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່
ລວງເລິກສ້າງການ ຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ໂດຍແມ່ນບັນດາ ສະຫາຍ ໃນຄະນະພັກ ກະ
ຊວງຜັດປ່ຽນກັນເຜີຍແຜ່.

     ໂອກາດດຽວກັນນີ້, ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ໃຫ້ຮູ້ເຖິງເນື້ອໃນ ບາງຕອນທີ່ໄດ້ກຳນົດທິດທາງ
ສຸມໃສ່ຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ ໃນທ້າຍສະໄໝວ່າ: ຕັ້ງໜ້າຜັນຂະຫຍາຍຜົນການດຳເນີນຊີວິດການເມືອງກາງ
ສະໄໝ ໃນທົ່ວພັກໃຫ້ແຂງແຮງ ແລະ ເຂົ້າສູ່ຕົວຈິງ, ຖື ເປັນມາດຕະການ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອແກ້ໄຂສິ່ງຫຍໍ້
ທໍ້ພາຍໃນກົງຈັກ ພັກ-ລັດ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຖືເປັນບັນຫາຮີບດ່ວນທີ່ຕ້ອງນຳພາຊີ້ນຳຢ່າງເລິກເຊິ່ງເຖິງຖອງ ເພື່ອແກ້
ໄຂ ພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ບັນຫາຊ້ຳເຮື້ອ ດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ຫັນປ່ຽນຈະແຈ້ງ; ພ້ອມທັງຫັນລົງກໍ່ສ້າງຮາກ
ຖານການເມືອງ, ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ ໜັກແໜ້ນ, ເຂັ້ມແຂງ; ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ
ໂດຍສະເພາະເຂດຊົນນະບົດ, ພູດອຍ, ຊົນເຜົ່າເຂດ ພື້ນຖານການປະຕິວັດເກົ່າ; ຍູ້ແຮງການຜະລິດ ເປັນສິນຄ້າຂອງປະຊາຊົນ ເພື່ອຍົກລະດັບ
ລາຍໄດ້ຂອງປະຊາຊົນໃຫ້ສູງ ຂຶ້ນຕື່ມ.

     ສະຫາຍ ຍັງຍົກໃຫ້ຮູ້ອີກວ່າ: ກ່ຽວກັບຜົນສຳເລັດ ໃນແຕ່ລະດ້ານທີ່ສ້າງມາໄດ້ ໂດຍສະເພາະດ້ານປ້ອງ ກັນຊາດ-ປ້ອງກັນຊາດສາມາດ
ປົກປັກຮັກສາອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ; ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນ
ຖານອັນພົ້ນເດັ່ນ ສາມາດເຮັດໃຫ້ເຂດຈຸດສຸມໃຈກາງມີຄວາມສະຫງົບ ແລະ ໄດ້ຮັບການພັດທະນາຢ່າງມີຈຸດສຸມ; ເອົາໃຈໃສ່ສະກັດກັ້ນປາກົດ
ການຫຍໍ້ທໍ້ ທາງ ດ້ານສັງຄົມເປັນຕົ້ນການຄ້າເຖື່ອນ, ອາດຊະຍາກຳການຄ້າມະນຸດ, ອຸບັດຕິເຫດຕາມທ້ອງຖະໜົນຫົນທາງ ແລະ ປາກົດການ
ອື່ນໆ, ສາມາດສະກັດກັ້ນແກ້ໄຂ ໜໍ່ແໜງຄວາມບໍ່ສະຫງົບທັນກັບສະພາບ; ຕ້ານ, ສະກັດກັ້ນ ແລະ ທັບມ້າງ ທຸກກົນອຸບາຍມ້າງເພທຳລາຍ
ຂອງອິດທິກຳລັງປໍລະປັກ; ກຳລັງປະກອບອາວຸດໄດ້ຮັບການປັບປຸງ ແລະ ຍົກລະດັບຕາມທິດຫັນ ເປັນທັນສະໄໝຢ່າງບໍ່ຢຸດຢັ້ງ; ເອົາໃຈໃສ່ສືບ
ຕໍ່ຈັດຕັ້ງປະຕິບັດ ແຜນຍຸດທະສາດກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ
ໂດຍສະເພາະຢູ່ ເຂດຈຸດສຸມ ຕ່າງໆຕາມ 4 ເນື້ອໃນ 4 ຄາດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ແລະ ໄດ້ຈັດກອງ ປະຊຸມຂົງເຂດ
ວຽກງານດັ່ງກ່າວ ເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ເຊິ່ງວຽກກໍ່ສ້າງຮາກຖານ ການເມືອງ ຂອງພັກຍາມໃດກໍຕິດພັນຢ່າງສະໜິດ
ແໜ້ນລະຫວ່າງ “ການສ້າງກຳລັງການເມືອງກັບການສ້າງກຳລັງ ປະກອບອາວຸດ” ອັນສຳຄັນ, ກຳລັງປະກອບອາວຸດຍັງໄດ້ເປັນກຳລັງຫຼັກແຫຼ່ງ ໃນ
ການຈັດຕັ້ງປະຕິບັດແຜນຍຸດທະສາດ, ແກ້ໄຂບັນຫາຢາເສບຕິດທີ່ ສູນກາງພັກໄດ້ຊີ້ນຳ ແລະ ຍົກລະດັບຂຶ້ນເປັນວາລະແຫ່ງຊາດ.

ແຫຼ່ງຂ່າວໂດຍ ຈິດ
ວັນທີ 18/10/2023